ສອງອ້າຍນ້ອງ ພາເພີນ

ສອງອ້າຍນ້ອງ ພາເພີນ ທ່ອງທ່ຽວ

17/09/2025
01/05/2025

ບົດຮຽນ ແລະ ທັກສະໃໝ່ ສື່ມວນຊົນ ໝູນໃຊ້ຜະລິດຂ່າວດ້ານສິ່ງແວດລ້ອມສ່ອງແສງສັງຄົມ
--------------------------
ສື່ມວນຊົນຈາກ 4 ແຂວງພາກໃຕ້ ແລະ 2 ແຂວງພາກກາງ, ສຳເລັດການຝຶກອົບຮົມລາຍງານຂ່າວກ່ຽວກັບບັນຫາສີ່ງແວດລ້ອມ ພາຍຫຼັງໄດ້ຄົ້ນຄວ້າ, ຮ່ຳຮຽນ ແລະ ແລກປ່ຽນຮ່ວມກັນ ນັບແຕ່ວັນທີ 21 ເມສາ ຫາວັນທີ 30 ເມສາ 2025 ເຊີ່ງໄດ້ຮຽນຮູ້ບົດຮຽນໃໝ່, ທັກສະ ແລະ ເຕັກນິກໃນການຜະລິດຂ່າວ ໃຫ້ສັ້ນກະທັດຮັດ, ເຂົ້າໃຈງ່າຍ ແລະ ສ່ອງແສງເຖີງການປົກປັກຮັກສາສິ່ງແວດລ້ອມ ເພື່ອໃຫ້ທຸກຄົນໃນຊຸມຊົນ ແລະ ສັງຄົມ ຮ່ວມໃຈກັນລົງມືປະຕິບັດ ເລີ່ມຈາກຄອບຄົວ, ຜ່ານຂໍ້ມູນຂ່າວສານຈາກສື່ມວນຊົນ, ໂດຍການໃຫ້ຄວາມຮູ້ຂອງວິທະຍາກອນ ຊ່ຽວຊານຈາກຕ່າງປະເທດ ແລະ ສູນກາງ.
ທ່ານ ນາງ ບົວຄໍາ ດວງປັນຍາ ຫົວໜ້າໂຄງການແກມຊິວ ອົງການແຄຣນາໆຊາດ ປະຈໍາ ສປປ ລາວ ໄດ້ກ່າວວ່າ: ໄລຍະຝຶກອົບຮົມ ແມ່ນໄດ້ລົງເລີກເຖີງບົດຮຽນໃນຫົວຂໍ້ຕ່າງໆ ຕາມຫຼັກ ສູດມາດຕະຖານສີຂຽວ ໂດຍໄດ້ຮັບການພັດທະນາ ແລະ ກໍາ ນົດຂຶ້ນຈາກຊ່ຽວຊານຕ່າງປະເທດ ໂດຍສະເພາະຂອງໂຄງການແກມຊີວ (GAMCIL), ເນັ້ນເຖີງ ການນໍາໃຊ້ເຕັກນິກໃນການອອກແບບ, ຂຽນຂ່າວສຳລັບສື່ແບບໃໝ່ ເປັນຕົ້ນ: ສື່ໂທລະ ພາບ, ວິທະຍຸ ແລະ ໜັງສືພິມ ໃນຮູບແບບອອນລາຍ ແລະ ເນັ້ນເຖີງການນນຳໃຊ້ປັນຍາປະດິດ ຫຼື AI ມາໃຊ້ເຮົາຊ່ວຍຂຽນຂ່າວ, ແຕ່ງຂ່າວ, ສ້າງຫົວຂໍ້ຂ່າວ, ຊອກຄົ້ນຂໍ້ມູນສຳຄັນຫຼາຍດ້ານ, ຊ່ວຍປະຢັດເວລາໃນການເຮັດວຽກ ແລະ ການນໍາໃຊ້ແອັບພິເຄຊັນແຄນວາ (CANVA) ມາຊ່ວຍໃນການອອກແບບຮູບພາບໃຫ້ສວຍງາມ ແລະ ດຶງດູດຜູ້ອ່ານ. ພ້ອມດຽວກັນນັ້ນ ຕ້ອງຖືສຳຄັນໃນການກວດແກ້ຢ່າງລະອຽດ ໂດຍແມ່ນນັກຂ່າວ. ທັງໄດ້ຮຽກຮ້ອງໃຫ້ບັນດາສໍາມະນາກອນ ເອົາໃຈໃສ່ນຳເອົາບົດ ຮຽນໄປປະຕິບັດຢູ່ພາຍໃນທ້ອງຖິ່ນຂອງຕົນ ເລັ່ງໃສ່ການເຜີຍແຜ່ຂ່າວສານ ກ່ຽວກັບບັນຫາສິ່ງແວດລ້ອມໃຫ້ຫຼາຍຂຶ້ນ ແລະ ເປັນຮູບປະທຳ, ທັງນຳໄປໝູນໃຊ້ເຂົ້າໃນວຽກງານຂ່າວທົ່ວໄປ ໄດ້ຢ່າງມີປະສິດທິຜົນ. ໃນໂອກາດນີ້, ກໍ່ໄດ້ມີການມອບໃບຢັ້ງ ຢືນໃຫ້ກັບສໍາມະນາກອນທັງໝົດ 21 ທ່ານ, ຍິງ 11 ທ່ານ.
ຊຸດຝຶກອົມຮົມຄັ້ງນີ້ ໄດ້ສຳເລັດລົງໃນວັນທີ 30 ເມສາ 2025, ຢູ່ທີ່ນະຄອນປາກເຊ ແຂວງຈໍາປາສັກ ໂດຍການເຂົ້າຮ່ວມຂອງ ທ່ານ ປອ ວັນນະໄຊ ຊາດຕະກຸນ ຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ທ່ານ ທອງຫຼໍ່ ດວງສະຫວັນ ຄະນະບໍລິຫານ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ທ່ານ ນາງ ບົວຄໍາ ດວງປັນຍາ ຫົວໜ້າໂຄງການແກຣມຊີວ ອົງການແຄຣນາໆຊາດ ປະຈຳ ສປປ ລາວ.


International in Lao PDR
@ສະມາຄົມນັກຂ່າວແຫ່ງ ສປປ ລາວ

ຂຽນໂດຍ: ວິໄລວອນ ສິດທິໄຊ

🥰🥰🥰
04/03/2025

🥰🥰🥰

Address

Naxainoy
Salavan

Telephone

+8562096646997

Website

Alerts

Be the first to know and let us send you an email when ສອງອ້າຍນ້ອງ ພາເພີນ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to ສອງອ້າຍນ້ອງ ພາເພີນ:

Share