Faculty of Architecture, SU, Lao PDR

Faculty of Architecture, SU, Lao PDR Faculty of Architecture, Souphanouvong University, Luangprabang, Lao PDR

ຄະນະສະຖາປັດຕະຍະກຳສາດ ມະຫາວິທະຍາໄລ ສຸພານຸວົງ ຂໍສະແດງຄວາມໄວ້ອາໄລເຖິງດວງວິນຍານຂອງ ທ່ານ ອາຈານ ສັນໄຊ ສຸພິພັດມົງຄົນ Sanchai Su...
08/02/2026

ຄະນະສະຖາປັດຕະຍະກຳສາດ ມະຫາວິທະຍາໄລ ສຸພານຸວົງ ຂໍສະແດງຄວາມໄວ້ອາໄລເຖິງດວງວິນຍານຂອງ ທ່ານ ອາຈານ ສັນໄຊ ສຸພິພັດມົງຄົນ Sanchai Supipatmongkol ອາຈານພິເສດຄະນະຄຸຣຸສາດ ສະຖາບັນເຕັກໂນໂລຍີ ພະຈອມເກົ້າ ເຈົ້າຄຸນທະຫານ ລາດກະບັງ. ຄສປ ພວກເຮົາຂໍສະແດງຄວາມເສຍໃຈ ແລະ ຮ່ວມເປັນກຳລັງໃຈໃຫ້ກັບຄອບຄົວ ຍາດມິດສະຫາຍ ແລະ ລູກສິດທຸກທ່ານ. ພວກເຮົາຂໍຈົດຈໍາຄຸນງາມຄວາມດີຂອງອາຈານທີ່ມີຕໍ່ຄະນະຕະຫລອດໄປ.
ຂໍໃຫ້ອາຈານຈົ່ງພົບກັບຄວາມສະຫງົບສຸກກັບການເດີນທາງໄກໃນຄັ້ງນີ້🙏

ກິດຈະກຳມື້ທີ: 01  ”ໂຄງການຝຶກອົບການອອກແບບອາຄານອັດສະລິຍະ“ ຄະນະ ສະຖາປັດຕະຍະກຳສາດ ມະຫາວິທະຍາໄລ ສຸພານຸວົງຮ່ວມກັບ ຄະນະ ສະຖາປັດ...
26/11/2025

ກິດຈະກຳມື້ທີ: 01
”ໂຄງການຝຶກອົບການອອກແບບອາຄານອັດສະລິຍະ“
ຄະນະ ສະຖາປັດຕະຍະກຳສາດ ມະຫາວິທະຍາໄລ ສຸພານຸວົງຮ່ວມກັບ ຄະນະ ສະຖາປັດຕະຍະກຳສາດ ມະຫາວິທະຍາໄລ ຣາຊະພັດສວນສຸນັນທາ ປະເທດໄທ ໃນລະຫວ່າງ ວັນທີ 26-27 ພະຈິກ2025
Bilateral Academic Workshop on Smart Building Model Camp 2025 Souphanouvong University, Luangprabang City, Lao PDR. 26-27 NOVEMBER 2025

ຊົມເຊີຍຜົນງານຈາກທີມ 3IAR ຈາກຄະນະສະຖາປັດຕະຍະກໍາສາດ ມະຫາວິທະຍາໄລສຸພານຸວົງ ທີ່ສາມາດຮັບລາງວັນທີ1 ໃນການແຂ່ງຂັນການອອກແບບສາລາຊົ...
23/11/2025

ຊົມເຊີຍຜົນງານຈາກທີມ 3IAR ຈາກຄະນະສະຖາປັດຕະຍະກໍາສາດ ມະຫາວິທະຍາໄລສຸພານຸວົງ ທີ່ສາມາດຮັບລາງວັນທີ1 ໃນການແຂ່ງຂັນການອອກແບບສາລາຊົມນົກ ພາຍໃຕ້ຫົວຂໍ້ ຄວາມລຽບງ່າຍ.
Congratulation to 3IAR from Faculty of Architecture, Souphanouvong University, who won first prize in the bird pavilion.

ຂໍເຊີນອາດິດນັກສຶກສາ ຄສປ. ມສ ຫມົດທຸກຄົນເຂົ້າຮ່ວມງານສະເຫລີມສະຫລອງວັນສ້າງຕັ້ງ ຄະນະ ສະຖາປັດຕະຍະກຳສາດ ຄົບຮອບ 19 ປີ ແລະ ວັນພົບ...
12/11/2025

ຂໍເຊີນອາດິດນັກສຶກສາ ຄສປ. ມສ ຫມົດທຸກຄົນເຂົ້າຮ່ວມງານສະເຫລີມສະຫລອງວັນສ້າງຕັ້ງ ຄະນະ ສະຖາປັດຕະຍະກຳສາດ ຄົບຮອບ 19 ປີ ແລະ ວັນພົບປະອາດິດນັກສຶກສາ ປະຈຳປີ 2025
#ຄອບຄົວສະຖາປັດສາຍເລືອດARC

ຄະນະສະຖາປັດຕະຍະກຳສາດ ມະຫາວິທະຍາໄລສຸພານຸວົງ ຂໍສະແດງຄວາມຍິນດີກັບນັກສຶກສາທີ່ຍາດໄດ້ລາງວັນຊະນະເລີດທັງ 2 ສາຂາ ໃນລາຍການປະກວດແບບ...
26/10/2025

ຄະນະສະຖາປັດຕະຍະກຳສາດ ມະຫາວິທະຍາໄລສຸພານຸວົງ ຂໍສະແດງຄວາມຍິນດີກັບນັກສຶກສາ
ທີ່ຍາດໄດ້ລາງວັນຊະນະເລີດທັງ 2 ສາຂາ ໃນລາຍການປະກວດແບບໃນງານ ສະມາຄົມສະຖາປະນິກ ແລະ ວິສະວະກອນໂຍທາລາວ (ALACE AWARD 2025) ເປັນຕົ້ນ: ລາງວັນຊະນະເລີດ ສາຂາ B: ວິທະຍານິພົນດີເດັ່ນ (NATIONAL BEST THESIS 2025) ແລະ ສາຂາ D: ການອອກແບບດີເດັ່ນ ພາຍໃຕ້ຫົວຂໍ້ “BALANCE OF TIME” ໃນຄັ້ງ ວັນທີ 20-26/10/2025 ທີ່ສູນການຄ້າ ລາວ-ໄອເຕັກ

Colour of Friendship Faca Rmuti & Far Su240 × 500 cm.Acrylic Colour2025
23/10/2025

Colour of Friendship Faca Rmuti & Far Su
240 × 500 cm.
Acrylic Colour
2025

ຊົມເຊີຍວັນຄູແຫ່ງຊາດ, ທີ່ຄະນະສະຖາປັດ ມ.ສຸພານຸວົງຄັ້ງວັນທີ8.10.2025. ສຳເລັດງານສີ້ນທີ່2ຂອງພະແນກກິດຈະກຳແລະຄຸ້ມຄອງນັກສຶກສາ.
08/10/2025

ຊົມເຊີຍວັນຄູແຫ່ງຊາດ, ທີ່ຄະນະສະຖາປັດ ມ.ສຸພານຸວົງຄັ້ງວັນທີ8.10.2025. ສຳເລັດງານສີ້ນທີ່2ຂອງພະແນກກິດຈະກຳແລະຄຸ້ມຄອງນັກສຶກສາ.

ບຸນອອກພັນສາປະວໍລະນາໃກ້ຈະບັນຈົບຄົບຮອບອີກວາລະຫນຶ່ງ ທຸກໆປີ 🧡ຄະນະສະຖາປັດ ມ ສຸພານຸວົງ 🧡ໄດ້ມີກິດຈະກຳສົ່ງເສີມສືບສານວັດທະນະທຳ ປະ...
04/10/2025

ບຸນອອກພັນສາປະວໍລະນາໃກ້ຈະບັນຈົບຄົບຮອບອີກວາລະຫນຶ່ງ ທຸກໆປີ 🧡ຄະນະສະຖາປັດ ມ ສຸພານຸວົງ 🧡ໄດ້ມີກິດຈະກຳສົ່ງເສີມສືບສານວັດທະນະທຳ ປະດິດເຮືອໄຟໂຄມໄຟ ເພື່ອແຂ່ງຂັນລະຫວ່າງນັກສຶກສາດ້ວຍກັນ ແລະສັກາລະບູຊາ ສັກກາລະບູຊາ
ພາຍໃຕ້ຄຳຂວັນຂອງຄະນະ ຈິນຕະນາການສ້າງສັນ ຜູກພັນວັດທະນະທຳ ກ້າວນຳຍຸກສະໄຫມ
ຜົນການແຂ່ງຂັນ ເຮືອໄຟ ປະຈະປີ2025
ອັນດັບທີ່1 ຫ້ອງ 5 ARC
ອັນດັບທີ 2 ຫ້ອງປີ2ARC
ອັນດັບທີ3 ຫ້ອງປີ 4ARC
ອັນດັບທີ4 ຫ້ອງປີ 3ARC-2IAR
🧡🧡🧡🧡🧡🧡🧡🧡🧡🧡🧡🧡🧡🧡
ຜົນການແຂ່ງຂັນ ໂຄມໄຟ ປະຈະປີ2025
ອັນດັບທີ່1 ຫ້ອງ 2 ARC
ອັນດັບທີ່2 ຫ້ອງ 1 ARC
ອັນດັບທີ່3 ຫ້ອງ 4 ARC
ອັນດັບທີ່4ຫ້ອງ 3ARC

💐ວັນທີ 03ຕຸລາ2025 ທີ່ຄະນະສະຖາປັດ ມ ສຸພານຸວົງ 💐🧡🧡ບໍລິສັດ ຫ້າງຮ້ານ ໂຮງແຮມ ຢາກໄດ້ໄປປະດັບປະດາ 🧡🧡ສາມາດເຂົ້າມາ ສະນັບສະຫນູນນ້ອງ...
02/10/2025

💐ວັນທີ 03ຕຸລາ2025 ທີ່ຄະນະສະຖາປັດ ມ ສຸພານຸວົງ 💐
🧡🧡ບໍລິສັດ ຫ້າງຮ້ານ ໂຮງແຮມ ຢາກໄດ້ໄປປະດັບປະດາ 🧡🧡
ສາມາດເຂົ້າມາ ສະນັບສະຫນູນນ້ອງໆແລ້ວ ວັນທີ່4ມາເອົາໄປປະດັບປະດາບູຊາໃນມື້ບຸນອອກພັນສາໄດ້ເລີຍ ບໍ່ແພງ 2-3-4###xx

Address

13th Street, Donmai Village
Luang Phrabang
856

Alerts

Be the first to know and let us send you an email when Faculty of Architecture, SU, Lao PDR posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Faculty of Architecture, SU, Lao PDR:

Share