DO/A

DO/A DO/A Studio (ດີໂອ/ເອ)
Architecture and Interior Design
ສະຕູດິໂອ ອອກແບບ ແລະ ຕົກແຕ່ງພາຍໃນ

Project : BASEMENT VIENTIANE.Project type: Cafe and Restaurant.Design by: DO/A.Vientiane, Laos.
28/01/2026

Project : BASEMENT VIENTIANE.
Project type: Cafe and Restaurant.
Design by: DO/A.
Vientiane, Laos.

Project : D/HOUSE.Project type: RESIDENTIALDesign by: DO/A.Vientiane, Laos.  ບ້ານທີ່ອອກແບບໃນພື້ນທີ່ດິນ 230 ຕາລາງແມັດ ທີ່...
19/01/2026

Project : D/HOUSE.
Project type: RESIDENTIAL
Design by: DO/A.
Vientiane, Laos.

ບ້ານທີ່ອອກແບບໃນພື້ນທີ່ດິນ 230 ຕາລາງແມັດ ທີ່ຕ້ອງການໃຫ້ມີ 4ຫ້ອງນອນ, 3ຫ້ອງນ້ຳ ແລະ studio ສຳຫຼັບເຮັດວຽກ ພ້ອມການໃຊ້ສອຍ Function ຕ່າງໆຂອງບ້ານ ໃນພື້ນທີ່ຈຳກັດ.
ອາຸຄານແບ່ງເປັນພື້ນທີ່ ເຄິ່ງໜຶ່ງຂອງເນື້ອທີ່ດິນ ໂດຍໂຕບ້ານ ເປັນບ້ານສອງຊັ້ນ, ຊັ້ນໜຶ່ງເປັນພື້ນທີ່ Common space, ຫ້ອງຄົວ, ຫ້ອງນອນແຂກ ແລະ studio ໂດຍອອກແບບໜ້າບ້ານເປັນບານແກ້ວທັງໝົດ ແລະ ດ້ານຫຼັງເປັນຝາທຶບ ເປັນທີ່ຕັ້ງ ບັນໄດບ້ານ ແລະ ຫ້ອງເກັບເຄື່ອງ ເຊິ່ງເປັນທິດຕາເວັນຕົກຂອງບ້ານ, ສ່ວນຊັ້ນສອງເປັນພື້ນທີ່ຂອງຫ້ອງນອນທັງໝົດ.
ໃນການອອກແບບ ໃຊ້ຮູບຊົງທີ່ລຽບງ່າຍເພື່ອໃຫ້ໄດ້ການໃຊ້ສອຍພື້ນທີ່ໄດ້ຫຼາຍທີ່ສຸດ, ພາຍນອກໃຫ້ຄວາມຮູ້ສືກຂອງບ້ານ Local-Tropical ການໃຊ້ວັດສະດຸທີ່ເຂົ້າເຖິງໄດ້ງ່າຍ, ພາຍໃນເນັ້ນຄວາມ cozy, ໂລ່ງສະບາຍ ໂດຍໃຊ້ໂທນສີແຈ້ງເປັນຫຼັກ ຕັດກັບໄມ້ສີເຂັ້ມທີ່ເສີມແຕ່ງດ້ວຍຕົ້ນໄມ້ສີຂຽວຕາມຈຸດພາຍໃນບ້ານ ໃນສັດສ່ວນຂອງຄວາມເປັນໂມເດິ້ນໃນພື້ນທີ່ຂະໜາດຈຳກັດ.

10/01/2026
LK HouseDesign by: DO/A.Vientiane, Laos.           /A
08/01/2026

LK House
Design by: DO/A.
Vientiane, Laos.

/A

Living room set up
06/10/2025

Living room set up

Project : MMLIVING ROOMProject type : RESIDENTIALinterior designer : DO/A.
03/10/2025

Project : MMLIVING ROOM
Project type : RESIDENTIAL
interior designer : DO/A.

Project : NADAO RESTAURANT RENOVATION.Project type: RESTAURANTInterior Design by: DO/A.Vientiane, Laos.ຮ້ານອາຫານສໄຕລຢູໂຣ...
07/09/2025

Project : NADAO RESTAURANT RENOVATION.
Project type: RESTAURANT
Interior Design by: DO/A.
Vientiane, Laos.

ຮ້ານອາຫານສໄຕລຢູໂຣບ ທີ່ອອກແບບມາໃຫ້ໄດ້ຄວາມຫຼູຫຼາໃນບັນຍາກາດຂອງຄວາມເປັນພື້ນຖິ່ນ ໂດຍການຖ່າຍທອດຜ່ານ ຜິວສຳພັດຂອງວັດສະດຸທຳມະຊາດທີ່ຫາໄດ້ໃນທ້ອງຖິ່ນ ເຊັ່ນ: ໄມ້, ດິນເຜົາ. ການນຳໃຊ້ລາຍລະອຽດຂອງງານສະຖາປັດຕະຍາກຳມາຕົກແຕ່ງຈັດວາງໃນມິຕິຂອງຮ້ານອາຫານ.

Project : OFFICE RENOVATION.Project type: OFFICEYear 2023.Interior Design by: DO/A.Vientiane, Laos.Office ທີ່ມີບັນຍກາດຜ່...
14/11/2024

Project : OFFICE RENOVATION.
Project type: OFFICE
Year 2023.
Interior Design by: DO/A.
Vientiane, Laos.

Office ທີ່ມີບັນຍກາດຜ່ອນຄາຍ ແລະ ເປັນຫຼາຍກ່ອນສະຖານທີ່ເຮັດວຽກ.
ອາຄານສາມຊັ້ນ ທີ່ຕ້ອງການອອກແບບປັບປຸງໃຫ້ເປັນພື້ນທີ່ເຮັດວຽກ ເຊິ່ງຕ້ອງການອອກແບບໃຫ້ເປັນພື້ນທີ່ ທີ່ສາມາດເຮັດກິດຈະກຳໄດ້ຫຼາຍກ່ອນການເຮັດວຽກ, ໂດຍການແບ່ງ Function ຕາມແຕ່ລະຊັ້ນ. ຊັ້ນ 01 ເປັນພື້ນທີ່ຮັບແຂກ, ພົບປະກັນກ່ອນ - ຫຼັງເຮັດວຽກ ເປັນບ່ອນເຮັດກິດຈະກຳເພື່ອສ້າງຄວາມຜ່ອນຄາຍ ຈຶງອອກແບບໃຫ້ມີບັນຍາກາດຄ້າຍ Bar, ສ່ວນຊັ້ນ 02 ແລະ 03 ເປັນບ່ອນເຮັດວຽກ ໂດຍອອກແບບເປັນໃຫ້ເປັນຫ້ອງໂຖງໂລ່ງ ເພື່ອໃຫ້ທີມງານໄດ້ມີການປະຕິສຳພັນກັນເປັນທີມ ແລະ ແຕ່ລະຊັ້ນຈະມີພື້ນທີ່ທີ່ເປັນບ່ອນພັກຜ່ອນໃຫ້ພະນັກງານໄດ້ໃຊ້ງານ ບໍ່ວ່າຈະເປັນຫ້ອງ Nap ຫຼື ຫ້ອງຫຼິ້ນເກມ. ໃນ mood and tone ທີ່ມີຄວາມເປັນ Industrial loft ສອດແຊກດ້ວຍສີສັນ ທີ່ໄດ້ມາຈາກອັດຕະລັກຂອງບໍລິສັດ.

Project : XIN CAFE.Project type: Café and RestaurantYear 2023.Interior Design by: DO/A.Vientiane, Laos.  ຈາກພື້ນທີ່ອາຄານ...
27/09/2024

Project : XIN CAFE.
Project type: Café and Restaurant
Year 2023.
Interior Design by: DO/A.
Vientiane, Laos.

ຈາກພື້ນທີ່ອາຄານເດີມທີ່ເປັນຝາສີຂາວທຳມະດາ ຖືກອອກແບບແຕ່ງເຕີມໃຫ້ໄດ້ບັນຍາກາດ ແລະ ມຸມຖ່າຍຮູບໃນແບບກິ່ນອາຍຂອງ Modern Chinese ທີ່ມີໂຈດຫຼັກບໍ່ໃຫ້ກະທົບກັບໂຄງສ້າງ ລວມເຖິງອົງປະກອບທີ່ມີຢູ່ເດີມຂອງໂຕຮ້ານ.
ພື້ນທີ່ພາຍໃນຮ້ານຈາກເດີມເປັນໂຖງໂລ່ງສຳຫຼັບຈັດວາງໂຕະນັ່ງກິນ ໄດ້ຖືກອອກແບບ ຈັດສັນພື້ນທີ່ໃໝ່ໃຫ້ມີ Zoning ໃນດ້ານມຸມມອງເພື່ອໃຫ້ລູກຄ້າສາມາດເລືອກນັ່ງໄດ້ໂດຍໃຫ້ຄວາມຮູ້ສຶກເປັນສ່ວນໂຕຫຼາຍກ່ອນແບບເກົ່າ, ການເພີ່ມ Partition ທີ່ສາມາດເລື່ອນເປີດປິດໄດ້, ການແບ່ງ Zone ດ້ວຍຮູບແບບໂຕະຕັ່ງ ແລະ ໂທນສີຂອງຝາທີ່ມາຕັດກັບສີຂາວ ຊ່ວຍສ້າງບັນຍາກາດພາຍໃນຮ້ານ ໂດຍທີ່ຍັງຮັກສາໄວ້ເຊິ່ງອົງປະກອບເດີມທີ່ມີຢູ່. ໃນສ່ວນຂອງພາຍນອກ ເນື່ອງຈາກເປັນເຂດທີ່ມີຂໍ້ຈຳກັດດ້ານຮູບແບບອາຄານ ການອອກແບບຈຶ່ງຍັງຄົງເນັ້ນໄປທີ່ການເກັບຮັກສາຮູບແບບຂອງອາຄານເດີມໄວ້ ແລະ ເພີ່ມອົງປະກອບທີ່ເປັນພາສາດຽວກັບພາຍໃນ ໂດຍການໃຊ້ສີ ແລະ texture ຂອງຝາເຂົ້າໄປໃຫ້ໂຕຮ້ານມີເອກະລັກ ແຕ່ຍັງຄົງຢູ່ຮ່ວມກັບອາຄານອ້ອມຂ້າງໄດ້.

/A

Project : SC House.Project type: Private ResidentialYear 2023.Architect & Interior : DO/A.Vientiane, Laos.ບ້ານພັກອາໄສ 2 ...
12/06/2024

Project : SC House.
Project type: Private Residential
Year 2023.
Architect & Interior : DO/A.
Vientiane, Laos.

ບ້ານພັກອາໄສ 2 ຊັ້ນທີ່ພາຍນອກເນັ້ນໂທນຂາວ - ເທົາອ່ອນ ຖືກອອກແບບພາຍໃນພື້ນທີ່ດິນທີ່ເປັນສີ່ຫຼ່ຽມຜືນຜ້າ ໂດຍໂຈດຫຼັກແມ່ນຄວາມຕ້ອງການແບ່ງພື້ນທີ່ໃຊ້ສອຍພາຍໃນ ແລະ ພາຍນອກໃຫ້ໄດ້ຄວາມເປັນສ່ວນໂຕຢ່າງຊັດເຈນ.
ໃນການຈັດວາງ Function ການແບ່ງພື້ນທີ່ເປັນສອງໂຊນ ໂດຍໜ້າບ້ານເປັນພື້ນທີ່ຈອດລົດ ແລະ ຫຼັງບ້ານເປັນເດີ່ນຫຍ້າທີ່ໃຫ້ຄວາມເປັນສ່ວນໂຕ ໂດຍມີໂຕບ້ານເປັນຈຸດເຊື່ອມຕໍ່ ຂອງທັງສອງ. ດ້ານໜ້າບ້ານເນັ້ນຊ່ອງເປິດທີ່ນ້ອຍ ແລະ ເປັນ Function ຂອງຫ້ອງຄົວ, ໂຖງບັນໄດ, ສ່ວນພື້ນທີ່ທີ່ເປັນຫ້ອງນັ່ງຫຼິ້ນ, ກິນເຂົ້າຈະສະຫຼັບມາຢູ່ດ້ານຫຼັງບ້ານ ເພື່ອຕ້ອງການເປີດ ແລະ ໃຫ້ມີການເຊື່ອມຕໍ່ກັບເດີ່ນຫຍ້າຫຼັງບ້ານ ແຕ່ຍັງຄົງໄດ້ຄວາມເປັນສ່ວນໂຕ. ໃນການອອກແບບພາຍໃນການຈັດວາງຈະເປັນແບບ Open Plan ໃຫ້ທຸກ Function ສາມາດແນມເຫັນກັນໝົດ ໂດຍໂທນຫຼັກຍັງຄົງເນັ້ນສີຂາວ ແລະ ເພີ່ມຄວາມອົບອຸ່ນດ້ວຍໄມ້ເຂົ້າໄປ.

/A

Project : Au8ust Café PhonsinouanYear 2023.Architect & Interior : DO/A.Vientiane, Laos.  ຈາກອາຄານຕຶກແຖວ 3ຊັ້ນ ທີ່ເປັນທີ່...
23/11/2023

Project : Au8ust Café Phonsinouan
Year 2023.
Architect & Interior : DO/A.
Vientiane, Laos.

ຈາກອາຄານຕຶກແຖວ 3ຊັ້ນ ທີ່ເປັນທີ່ຕັ້ງຮ້ານເດີມ ໄດ້ຖືກອອກແບບປັບປຸງໃໝ່ ເພື່ອຮອງຮັບການໃຫ້ບໍລິການທີ່ເໝາະສົມກັບທີ່ຕັ້ງ ທີ່ຢູ່ໃນຕົວເມືອງໃກ້ເຂດສຳນັກງານ ແລະ ຫ້ອງການ ຈຶ່ງເປັນຮ້ານທີ່ເນັ້ນໃຫ້ສາມາດມາແວ່ຊື້ ຫຼື ນັ່ງກິນ ໄດ້ທຸກມື້.
ໂດຍຊັ້ນ 1 ຈະເນັ້ນເຄົ້າເຕີ້ບາໃຫຍ່ເປັນຈຸດເດັ່ນເພື່ອເປັນ STATION ໃຫ້ບໍລິການເຄື່ອງດື່ມໄດ້ຫຼາກຫຼາຍ ແລະ ຍັງສາມາດໃຫ້ລູກຄ້ານັ່ງຈິບໄດ້ ສ່ວນຊັ້ນ2 ຈະເນັ້ນບັນຍາກາດທີ່ສາມາດໃຫ້ລູກຄ້າສາມາດນັ່ງໄດ້ດົນຂຶ້ນ ແລະ ຍັງມີມູມຖ່າຍຮູບທີ່ຫຼາກຫຼາຍ. ໂດຍ Concept ໃນການອອກແບບຕ້ອງການໃຫ້ດຶງເອົາເອກະລັກ ແລະ ຄວາມເປັນ Au8ust ມາອອກແບບ ໂດຍການນຳໃຊ້ໂທນສີຫຼັກຂອງ Au8ust ປະສົມກັບສີ earth tone ແລະ ນຳໃຊ້ເສັ້ນໂຄ້ງຕາມແບບ Logo ນຳມາຕົກແຕ່ງໃນບາງຈຸດ ອອກແບບໃຫ້ບັນຍາກາດໂລ່ງສະບາຍດ້ວຍຕົ້ນໄມ້ ແລະ ໃຊ້ແສງທຳມະຊາດ, ຕົກແຕ່ງດ້ວຍ ບລ໊ອກລົມ, ບລ໊ອກແກ້ວ ແລະ ວັດສະດຸທີ່ເປັນທຳມະຊາດ. ທີ່ປະສົມປະສານກັນໄດ້ຢ່າງລົງໂຕ.

/A

Address

Vientiane

Telephone

+8562077257877

Website

Alerts

Be the first to know and let us send you an email when DO/A posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to DO/A:

  • Want your business to be the top-listed Home Improvement Business?

Share