Pink Space Architects

Pink Space Architects ອອກແບບ, ຮັບເໝົາກໍ່ສ້າງ ແລະ ຂ່າວສານສະຖາປັດຕະຍະກຳ

Building Approach       #ຄຳສັບສະຖາປັດ  #ຄຳສັບ
13/10/2023

Building Approach
#ຄຳສັບສະຖາປັດ #ຄຳສັບ

Truncated       #ຄຳສັບສະຖາປັດ  #ຄຳສັບ
06/09/2023

Truncated
#ຄຳສັບສະຖາປັດ #ຄຳສັບ

Boston University Center for Computing & Data Sciences / KPMB Architectsສູນຄອມພິວເຕີ ແລະ ວິທະຍາການຂໍ້ມູນ (The Center for...
25/08/2023

Boston University Center for Computing & Data Sciences / KPMB Architects

ສູນຄອມພິວເຕີ ແລະ ວິທະຍາການຂໍ້ມູນ (The Center for Computing & Data Sciences) ຂອງ Boston University ເປັນຫນຶ່ງໃນແລນມາກ໌ທີ່ສຳຄັນຂອງມະຫາວິທະຍາໄລ. ເປັນການປ່ຽນແປງທີ່ບັນລຸເປົ້າໝາຍຄວາມຍືນຍົງທີ່ໜ້າຊົມເຊີຍ ແລະ ໃຫ້ຄວາມສໍາຄັນໃນການອອກແບບທີ່ຄຳນຶງເຖິງຜູ້ໃຊ້ເປັນຫລັກ. ໂຄງ​ການ​ນີ້​ໄດ້​ນໍາ​ເອົາ​ຄະນະສາຂາວິຊາ​ຄະ​ນິດ​ສາດ​, ສະ​ຖິ​ຕິ​ ແລະ ​ວິ​ທະ​ຍາ​ສາດ​ຄອມ​ພິວ​ເຕີ​ເຂົ້າ​ຮ່ວມກັນ​. ເປັນການສ້າງຊຸມຊົນຂອງນັກຮຽນ, ຄະນະວິຊາ ແລະ ລວມພະນັກງານຫຼາຍກວ່າ 3,000 ຄົນໂດຍຕັ້ງເປັນອີກຫນຶ່ງວິທະຍາເຂດຂອງມະຫາວິທະຍະໄລທີ່ເປັນຕຶກສູງອັນໂດດເດັ່ນ.

ຕຶກສູງດັ່ງກ່າວປະກອບມີ 19 ຊັ້ນຢູ່ເທິງແຄມແມ່ນ້ຳ Charles ແລະ ກວມເອົາ 345,000 sq. ft, ສູນແຫ່ງນີ້ແມ່ນອາຄານຍືນຍົງທີ່ປາດສະຈາກພະລັງງານຟອດຊິວທີ່ໃຫຍ່ທີ່ສຸດໃນ Boston. ຈຸດເດັ່ນທີ່ເຫັນໄດ້ແມ່ນຄວາມຍາວຂອງຄານທີ່ຢື່ນອອກມາເຊິ່ງມີບານເກັດສີນ້ຳຕານແດງຕັ້ງເປັນມຸມຫງ່ຽງເພື່ອຫລຸດການຮັບຄວາມຮ້ອນຈາກແສງຕາວັນພ້ອມເພີ່ມຮົ່ມເງົາໃຫ້ອາຄານຫລາຍຂຶ້ນ ແລະ ປ່ອງແກ້ວຕິດຝາສາມຊັ້ນຮູບແບບ Sawtooth Facades ຫຸ້ມໂຄງສ້າງ. ໃນຂະນະທີ່ອົງປະກອບການອອກແບບເຫຼົ່ານີ້ເຮັດໃຫ້ອາຄານມີຄວາມສວຍງາມຍັງປະກອບສ່ວນຊ່ວຍໃຫ້ຄວາມສະດວກສະບາຍ ແລະ ຄວາມຍືນຍົງເຮັດໃຫ້ອາຄານມີຄວາມອົບອຸ່ນໃນລະດູຫນາວ ແລະ ເຢັນສະບາຍໃນລະດູຮ້ອນ.

ຖານອາຄານທີ່ຂະຫຍາຍໄປກວມຖະໜົນເຂດ Commonwealth Avenue ເຮັດໃຫ້ການໃຊ້ງານທາງຍ່າງຖະໜົນສົມບູນຂຶ້ນ ແລະ ເປັນການໃຊ້ປະໂຫຍດຖະໜົນຊັ້ນລຸ່ມສູງສຸດ. ອາຄານນີ້ປຽບເປັນດັ່ງຈຸດຕ້ອນຮັບເຂົ້າຕົວເມືອງສໍາລັບການມາຮອດມາເຖິງ, ການສຶກສາ ແລະ ການຊຸມນຸມ, ສູນໄດ້ມີແນວຄວາມຄິດເພື່ອທີ່ຈະເຮັດຫນ້າທີ່ຮັບໃຊ້ເປັນເຂດການສຶກສາທາງດ້ານວິຊາການ, ທີ່ມີຊັ້ນລຸ່ມເປັນພື້ນທີ່ສໍາລັບຄະນະສາຂາຄະນິດສາດ ແລະ ສະຖິຕິ. ຊັ້ນກາງສໍາລັບວິທະຍາສາດຄອມພິວເຕີ ແລະ ຊັ້ນເທິງແມ່ນພື້ນທີ່ສໍາລັບການເຮັດວຽກລະຫວ່າງວິຊາການ ແລະ ພື້ນທີ່ສາທາລະນະສຳຫລັບບຸກຄົນທົ່ວໄປ. ​ເຂດສ່ວນ​ກາງຂອງອາຄານເປັນສູນລວມເຕົ້າ​ໂຮມ​ຄົນໃນຄະນະ​ ​ແລະ ນັກ​ສຶກສາ​ທີ່ເຮັດວຽກຮ່ວມກັນ ໂດຍຂັ້ນໄດທີ່ເຊື່ອມຕໍ່ໄຕ່ລະດັບຂຶ້ນເທິງເປັນຄື້ນເພື່ອເຊື່ອມສາຂາວິຊາຕ່າງໆເຂົ້າກັນ, ເປັນບ່ອນປະສົມປະສານລະຫວ່າງຄວາມຄິດ ແລະ ການພົບປະກັນລະຫວ່າງຜູ້ຄົນ.

ການອອກແບບໂຄງການນີ້ໄດ້ຖືກເປັນແບບຢ່າງຄວາມຍືນຍົງແບບໃໝ່ທີ່ມີຄວາມທະເຍີທະຍານສໍາລັບອາຄານຮຽນໃນອະນາຄົດຢູ່ Boston ແລະ ບ່ອນອື່ນໆ, ສອດຄ່ອງກັບແຜນປະຕິບັດງານສະພາບອາກາດຂອງມະຫາວິທະຍາໄລ Boston (Boston University’s Climate Action Plan), ເຊິ່ງມີເປົ້າຫມາຍເພື່ອຫຼຸດຜ່ອນການປ່ອຍກາສຄາບອນໃຫ້ສູນພາຍໃນປີ 2040. ສູນດັ່ງກ່າວຕັ້ງເປົ້າຈະບັນລຸ LEED Platinum ແລະ ປາດສະຈາກການໃຊ້ນໍ້າມັນເຊື້ອໄຟຟອດຊິວ 100% ໃນການໃຊ້ພະລັງງານ, ດ້ວຍລະບົບພະລັງງານຄວາມຮ້ອນໃຕ້ພິພົບແບບວົງຈອນປິດ (Geothermal Closed-loop System) ທີ່ເຮັດໃຫ້ ເກີດຄວາມຮ້ອນ ແລະ ຄວາມເຢັນພາຍໃນອາຄານຜ່ານລະບົບປໍ້າຄວາມຮ້ອນຈາກແຫຼ່ງພື້ນດິນ.

ອາຄານທີ່ທັນສະໄໝນີ້ປະກອບມີ 12 ຫ້ອງຮຽນ, ຫ້ອງທົດລອງຄອມພິວເຕີ 2 ຫ້ອງ ແລະ ມີຮ້ານຄາເຟ່ຢູ່ຊັ້ນລຸ່ມ,ພື້ນທີ່ເຮັດວຽກຮ່ວມກັນຫຼາຍບ່ອນ ແລະ Plaza ທີ່ມີບ່ອນຈອດລົດລົດຖີບໃນຮົ່ມ. ວິທະຍາເຂດທີ່ວາງຊ້ອນກັນມີພື້ນທີ່ຈັດກິດຈະກຳ ແລະ Pavilion ເປີດສູງທຽບເທົ່າສາມຊັ້ນ. Green Roofs ແລະ ລະບຽງແມ່ນມີຢູ່ທົ່ວສູນເພື່ອເຊື່ອມນັກສຶກສາ, ຄະນະວິຊາ ແລະ ພະນັກງານເຂົ້າກັບສະພາບແວດລ້ອມທໍາມະຊາດ ແລະ ເຮັດໃຫ້ສາມາດຊົມວິວທິວທັດສະນະທີ່ສວຍງາມຂອງເມືອງໄປນຳ. ສະຖານທີ່ເຫຼົ່ານີ້ເປັນບ່ອນເສີມຂະຫຍາຍການເຊື່ອມສຳພັນ ແລະ ການຮ່ວມມືລະຫວ່າງແຕ່ລະພາກສ່ວນ ເຊິ່ງຕອນນີ້ກສູນແຫ່ງນີ້ໄດ້ປຽບສະເຫມືອນເປັນໃຈກາງຂອງບ້ານຫລັງຫນຶ່ງຂອງຄົນໃນມະຫາໄລແຫ່ງນີ້ແລ້ວ.
ອ້າງອີງ
https://www.archdaily.com/1005192/boston-university-center-for-computing-and-data-sciences-kpmb-architects?ad_source=search&ad_medium=projects_tab
#ສະຖາປັດ #ອອກແບບ #ອາຄານ #ຢືນຢົງ

Colonnade       #ຄຳສັບສະຖາປັດ  #ຄຳສັບ
23/08/2023

Colonnade
#ຄຳສັບສະຖາປັດ #ຄຳສັບ

Flek Pure ວັດສະດຸຣີໄຊເຄີ້ນ 100% ທີ່ຄ້າຍຄືກັບຫີນຂັດ Terrazzo. ຈາກແນວຄວາມຄິດຂອງການພັດທະນາວັດສະດຸທີ່ມີຈຸດປະສົງເພື່ອເຮັດໃຫ້ວ...
11/08/2023

Flek Pure ວັດສະດຸຣີໄຊເຄີ້ນ 100% ທີ່ຄ້າຍຄືກັບຫີນຂັດ Terrazzo. ຈາກແນວຄວາມຄິດຂອງການພັດທະນາວັດສະດຸທີ່ມີຈຸດປະສົງເພື່ອເຮັດໃຫ້ວັດສະດຸຣີໄຊເຄີ້ນສາມາດນຳກັບມາໃຊ້ໄດ້ 100% ເພື່ອຄວາມຍືນຍົງຂອງໂລກໃນອະນາຄົດ. ວັດສະດຸ Flek Pure ມີຈຸດເດັ່ນແມ່ນລັກສະນະທີ່ໂປ່ງແສງສ່ອງຜ່ານໄດ້ຮູ້ສຶກສະອາດ ຕ່າງຈາກວັດສະດຸຣີໄຊເຄີ້ນຫຼາຍໆ ປະເພດທີ່ເຫັນໄດ້ວ່າມັກຈະມີລັກສະນະທຶບ.

ຫຼັງຈາກ 10 ປີ, ທີມວິໄຈຂອງແບຣນ 3form’s ໃນປະເທດສະຫະລັດອາເມຣິກາໄດ້ມີການພັດທະນາວັດສະດຸ Flek Pure ທີ່ມີລັກສະນະລວດລາຍຄ້າຍຄືຫີນຂັດ Terrazzo ຜະລິດຈາກວັດສະດຸຣີໄຊເຄີ້ນ 100%, ເປີດຕົວຄັ້ງທຳອິດໃນປີ 2019 ດ້ວຍວັດສະດຸຣີໄຊເຄີ້ນ 75%, ແລ້ວສືບຕໍ່ພັດທະນານະວັດຕະກຳວັດສະດຸຈົນເກີດເປັນວັດສະດຸສີຂຽວມານຳໃຊ້ໃນວົງການອອກແບບຢ່າງເປັນທາງການ.

ວັດສະດຸ Flek Pure ໄດ້ຖືກພັດທະນາໃຫ້ເຊດສີຫລາກຫລາຍເຊິ່ງມີຫຼາຍກວ່າ 10 ສີເພື່ອນຳໄປໃຊ້ໃນການອອກແບບ ແລະ ການ Design ຕ່າງໆເຊັ່ນ: ເອົາໄປໃຊ້ເປັນແນວກັ້ນ (Partition) ເພື່ອເພີ່ມຄວາມງາມ ແລະ ຄວາມເປັນສ່ວນຕົວ ຫຼື ຈະນໍາໄປໃຊ້ເພື່ອຕົກແຕ່ງຈາກໂຮງແຮມ ແລະ ຮ້ານອາຫານໄປຈົນເຖິງອາຄານຫ້ອງການ ຫຼື ໂຮງຫມໍ. ວັດສະດຸ Flek Pure ເປັນວັດສະດຸທາງເລືອກຕົກແຕ່ງອີກອັນຫນຶ່ງທີ່ຫນ້າສົນໃຈໃນແງ່ຂອງການນໍາໃຊ້ໃນວຽກອອກແບບ ແລະ ​ການ​ຜະ​ລິດ​ໂດຍ​ນໍາ​ໃຊ້ວັດ​ສະ​ດຸຣີໄຊເຄີ້ນ​ 100% ເພື່ອການພັດທະນາທີ່ຍືນ​ຍົງ​.
ອ້າງອີງ
https://www.wazzadu.com/article/6741
www.dezeen.com/2021/10/06/flek-pure-3form-dezeen-showroom/
#ວັດສະດຸກໍ່ສ້າງ #ສະຖາປັດ

Parti Diagram       #ຄຳສັບສະຖາປັດ  #ຄຳສັບ
09/08/2023

Parti Diagram
#ຄຳສັບສະຖາປັດ #ຄຳສັບ

Fenestration       #ຄຳສັບສະຖາປັດ  #ຄຳສັບ
04/08/2023

Fenestration
#ຄຳສັບສະຖາປັດ #ຄຳສັບ

ຣີໄຊເຄີ້ນເປືອກຫອຍແມງຜູ່ Quagga ທີ່ເປັນໂຕທຳລາຍລະບົບນິເວດໃຫ້ກາຍເປັນ “ກະເບື້ອງແກ້ວ” ຕົບແຕ່ງເປືອກອາຄານ."ກະເບື້ອງແກ້ວ" ແມ່ນວັ...
28/07/2023

ຣີໄຊເຄີ້ນເປືອກຫອຍແມງຜູ່ Quagga ທີ່ເປັນໂຕທຳລາຍລະບົບນິເວດໃຫ້ກາຍເປັນ “ກະເບື້ອງແກ້ວ” ຕົບແຕ່ງເປືອກອາຄານ.

"ກະເບື້ອງແກ້ວ" ແມ່ນວັດສະດຸຕົກແຕ່ງທີ່ຜະລິດຈາກເປືອກຫອຍແມງຜູ່ປະສົມກັບດິນຊາຍທ້ອງຖິ່ນ ເຊິ່ງເປືອກຫອຍແມງຜູ່ຊະນິດນີ້ແມ່ນ Quagga, ເປັນສາຍພັນທີ່ຮຸກຮານລະບົບນິເວດຈົນເກີດບັນຫາການອຸດຕັນໃນອຸໂມງສົ່ງນ້ຳຂອງແມ່ນ້ຳ Thames. ເປັນສາເຫດ​ໃຫ້ຈຳເປັນຕ້ອງ​ກຳຈັດອອກໄປ ແລະ ເຮັດໃຫ້ຕ້ອງມີການຖົມຂີ້ເຫຍື້ອເປັນຈໍານວນຫຼວງຫຼາຍ ດັ່ງນັ້ນເລີຍເອົາມາເຮັດເປັນກະເບື້ອງແກ້ວ, ໂດຍກະເບື້ອງແກ້ວທີ່ເຮັດຈາກເປືອກຫອຍແມງຜູ່ນີ້ເປັນວັດສະດຸຕົກແຕ່ງທາງສະຖາປັດຕະຍະກໍາທີ່ສາມາດນໍາມາຣີໄຊເຄີ້ນໃຊ້ໃຫມ່ໄດ້ໃນອະນາຄົດ.

"ກະເບື້ອງແກ້ວ" ແມ່ນວັດສະດຸທີ່ມີຄວາມຍືນຍົງຢູ່ແລ້ວເມື່ອນໍາໃຊ້ເປັນອຸປະກອນການຕົກແຕ່ງຈຶ່ງສາມາດນໍາມາໃຊ້ຣີໄຊເຄີ້ນໃຫມ່ໄດ້ຢ່າງບໍ່ມີຈຳກັດ. ການອອກແບບດັ່ງກ່າວຍັງໄດ້ຮັບແຮງບັນດານໃຈຈາກເຕົາໄຟດິນເຜົາ Terracotta ແລະ ລວດລາຍຂອງທໍ່ນ້ຳລອນດອນ. ຈຸດເດັ່ນຂອງວັດສະດຸແມ່ນລວດລາຍທີ່ສວຍງາມຂອງສະຖາປັດຕະຍະກໍາລອນດອນແບບດັ້ງເດີມ ສິ່ງທີ່ສໍາຄັນແມ່ນແຕ່ລະແຜ່ນມີສີຫຼືຮູບແບບທີ່ເປັນເອກະລັກຂອງຕົນເອງ.
ອ້າງອີງ
https://www.wazzadu.com/article/6830
https://www.dezeen.com/2022/05/19/thames-glass-tiles-mussels-bureau-de-change-lulu-harrison/
#ວັດສະດຸກໍ່ສ້າງ #ສະຖາປັດ

Rectilinear Architecture       #ຄຳສັບສະຖາປັດ  #ຄຳສັບ
19/07/2023

Rectilinear Architecture
#ຄຳສັບສະຖາປັດ #ຄຳສັບ

Breathe Brick ດິນຈີ່ຫາຍໃຈໄດ້, ນະວັດຕະກຳດິນຈີ່ທີ່ດູດຊຶມມົນລະພິດທາງອາກາດຄືຕົວດັກເກັບຂີ້ຝຸ່ນ. Breathe Brick ເປັນວັດສະດຸທີ່ຈ...
14/07/2023

Breathe Brick ດິນຈີ່ຫາຍໃຈໄດ້, ນະວັດຕະກຳດິນຈີ່ທີ່ດູດຊຶມມົນລະພິດທາງອາກາດຄືຕົວດັກເກັບຂີ້ຝຸ່ນ. Breathe Brick ເປັນວັດສະດຸທີ່ຈະຖືກນໍາໃຊ້ເປັນອົງປະກອບໃນການກໍ່ສ້າງອາຄານ ເຮັດຫນ້າທີ່ຄືກັບດິນຈີ່ທີ່ຫາຍໃຈໄດ້ ແລະ ກັ່ນຕອງຂີ້ຝຸ່ນຈາກອາກາດພາຍນອກກ່ອນທີ່ມັນຈະເຂົ້າໄປໃນເຮືອນ. Breathe Brick ເປັນວັດສະດຸຄິດຄົ້ນປະດິດສ້າງໂດຍ Carmen Trudell, ຜູ້ຊ່ວຍສາດສະດາຈານຄະນະສະຖາປັດຕະຍະກໍາ Poly San Luis Obispo ແລະ ເປັນຜູ້ກໍ່ຕັ້ງບໍລິສັດ Both Landscape and Architecture.

Breathe Brick ມີສອງອົງປະກອບຕົ້ນຕໍໄດ້ແກ່ ດິນຈີ່ຄອນກຣີດ ແລະ ຄ໊ອບເປີ້ທອງແດງພາດສະຕິກ ເປັນດິນຈີ່ທີ່ເຮັດມາຈາກຄອນກຣີດ CPAC Porous. ສ່ວນກາງພາຍໃນມີການຕິດຕັ້ງລະບົບດັກເກັບຂີ້ຝຸ່ນແບບ Cyclone ພາຍໃນ ເຊິ່ງຈະແຍກອະນຸພາກຝຸ່ນ ຫຼື ມົນລະພິດອອກຈາກອາກາດ ແລະ ຖິ້ມລົງໃນຖັງແບບຖອດໄດ້ຢູ່ຖານຂອງຝາ.ການກອງຝຸ່ນ ແລະ ມົນລະພິດຈາກອາກາດຂອງ Breathe Brick ຈະມີລັກສະນະຄືກັບການຫມຸນລົມພາຍຸໄຊໂຄນ ແລະ ແບ່ງການໝູນວຽນເພື່ອກັ່ນຕອງອາກາດອອກເປັນ 2 ຊັ້ນ ໂດຍຄາດວ່າຖ້າສາມາດພັດທະນາຕື່ມອີກມັນຈະຊ່ວຍປ້ອງກັນປັນຫາສຸຂະພາບອື່ນໆ ທີ່ເກີດຈາກມົນລະພິດທາງອາກາດ ຫຼື ຝຸ່ນຊຶ່ງ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ຫຼີກ​ລ່ຽງ​ໃນ​ຍຸກ​ສະ​ໄໝ​ປັດຈຸບັນ.

ປັນຫາ​ດິນ​ຟ້າ​ອາກາດ ​ໂດຍ​ສະ​ເພາະ​ຝຸ່ນ PM2.5 ​ແມ່ນ​ເປັນ​ບັນຫາ​ທີ່​ມີຜົນ​ກະທົບຕໍ່ທຸກໆຄົນ ລວມເຖິງຫຼາຍປະເທດທົ່ວໂລກຕ່າງກໍໄດ້ປະເຊີນປັນຫານີ້ເຊັ່ນດຽວກັນ. ປັນຫາຂີ້ຝຸ່ນ PM2.5 ສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນໃນຂອບເຂດກ້ວາງຂວາງເພາະມັນສາມາດສູບຫາຍໃຈເຂົ້າໄດ້ເລິກເຖິງໃນທາງເດີນຫາຍໃຈ ແລ ະປອດໄດ້ ເຮັດໃຫ້ເກີດການລະຄາຍເຄືອງ, ແສບດັງ, ໄອ, ຈາມ, ຂີ້ກະເທີ່ ແລະ ມີຄວາມສ່ຽງທີ່ສຸດທີ່ຈະເປັນມະເຮັງປອດ. ປັນຫານີ້ກໍ່ເປັນປັນຫາທີ່ຍັງບໍ່ມີທາງອອກທີ່ຈະປິ່ນປົວໄດ້ໃຫ້ຫາຍຂາດໄດ້. ແຕ່ມີຫຼາຍປະເທດທີ່ພະຍາຍາມປະດິດສ້າງທາງດ້ານວັດສະດຸທີ່ຈະຊ່ວຍຫຼຸດຜ່ອນ ຫຼື ແກ້ໄຂບັນຫາສຸຂະພາບປະຊາຊົນດັາງເຊັ່ນນະວັດຕະກຳສິ່ງປະດິດ Breathe Brick ເປັນຕົ້ນ.
ອ້າງອີງ
https://www.wazzadu.com/article/6815
www.archdaily.com/771767/this-innovative-brick-sucks-pollution-from-the-air-like-a-vacuum-cleaner?ad_medium=gallery
https://katehajash.com/breathe-brick
#ສະຖາປັດ #ວັດສະດຸກໍ່ສ້າງ

Cantilever       #ຄຳສັບສະຖາປັດ  #ຄຳສັບ
12/07/2023

Cantilever
#ຄຳສັບສະຖາປັດ #ຄຳສັບ

Piazza Dei Navigatori / Rome Italy Mario Cucinella Architects ໄດ້ເປີດໂຕ Piazza dei Navigatori ແຫ່ງໃຫມ່ໃນເມືອງໂຣມ, ປະເທດອ...
07/07/2023

Piazza Dei Navigatori / Rome Italy

Mario Cucinella Architects ໄດ້ເປີດໂຕ Piazza dei Navigatori ແຫ່ງໃຫມ່ໃນເມືອງໂຣມ, ປະເທດອີຕາລີ, ໂດຍວາງແຜນວ່າຈະເປັນພື້ນທີ່ພັດທະນາແບບປະສົມປະສານໃຊ້ຮ່ວມກັນ. ເຊິ່ງອອກແບບໃຫ້ພື້ນທີ່ສ່ວນໃຫຍ່ເປັນພື້ນທີ່ສໍາລັບຢູ່ອາໄສ ໂດຍມີພາກສ່ວນຮ້ານຄ້າ ແລະ ສຳນັກງານຫ້ອງການ, ບ່ອນຈອດລົດ ແລະ ຫ້ອງເຕັກນິກ. ການພັດທະນາແມ່ນຕັ້ງຢູ່ໃນພື້ນທີ່ທີ່ອຸດົມສົມບູນໄປດ້ວຍອົງປະກອບທໍາມະຊາດ, ອັນເປັນສ່ວນຫລັກຂອງແຮງບັນດານໃຈໃນການລວມຕົວຂອງເມືອງນີ້.

ຮູບແບບຂອງສະຖາປັດຕະຍະກໍາໄດ້ຮັບແຮງບັນໃຈຈາກສະພາບແວດລ້ອມທໍາມະຊາດຂອງສະຖານທີ່ໃນຕົວເມືອງນີ້ເພື່ອສ້າງ Concept ສໍາລັບການກໍ່ສ້າງທີ່ຢູ່ອາໄສທີ່ປະສົມປະສານຢ່າງໃກ້ຊິດກັບລັກສະນະເຫຼົ່ານີ້ໄດ້ເລືອກເອົາຕົ້ນສົນມາຣິທາມ (Maritime Pines), ຕົ້ນໄມ້ທີ່ມີຄວາມສໍາຄັນອັນຫລາຍໃນເຂດພູມມິທັດຂອງກຸງໂຣມ, ໂດຍຢູ່ອ້ອມຮອບນັກທ່ອງທ່ຽວສາມາດເຫັນໄດ້ຕັ້ງແຕ່ເມື່ອພວກເຂົາຍ່າງເຂົ້າມາໃນເມືອງ. ແຜນການສະເຫນີການປະສົມປະສານກັບພູມິທັດ ແລະ ນຳໄປໃຊ້ເຂົ້າໄປໃນການອອກແບບສະຖາປັດຕະກຳໂດຍແຍກອອກຈາກລັກສະນະເສົາຫີນ monolithic ຂອງໂຄງສ້າງທີ່ຢູ່ໃກ້ໃນບໍລິເວນແຖວນັ້ນ.

ໂຄງສ້າງອາຄານສູງ 12 ຊັ້ນ ຄ້າຍກັບປ່າໄມ້ທີ່ມີຜູ້ຄົນອາໄສຢູ່. ໂດຍປະກອບດ້ວຍລໍາຕົ້ນ ແລະ ກິ່ງງ່າທີ່ມີຄວາມສູງທີ່ແຕກຕ່າງກັນທີ່ເຮັດວຽກຮ່ວມກັນເພື່ອແບ່ງລັກສະນະປະລິມານສະຖາປັດຕະຍະກໍາໃນມີຄວາມກົມກຽວ. ແທນທີ່ຈະສ້າງສິ່ງກຸ່ມຕຶກອາຄານແຍກໃຜມັນທີ່ເຮັດໃຫ້ຄວາມເປັນຫນຶ່ງດຽວຂອງໂຄງການອ່ອນແອລົງ. ດັ່ງນັ້ນຈຶ່ງໄດ້ວາງແຜນງານອອກແບບສະຖາປັດຕະຍະກໍາໂດຍຈັດສັບຊ້ອນເຂົ້າໄປໃນໂຄງສ້າງດຽວ. ວິທີການນີ້ມີຈຸດປະສົງເພື່ອເພີ່ມປະລິມານຂອງແສງແດດຈາກທິດໃຕ້ໃນຂະນະທີ່ສາມາດຈັບພາບວິວຈາກໃຈກາງກຸງໂຣມໄປຈົນເຖິງທາງທິດເຫນືອໄດ້. ແຕ່ລະບລັອກດ່ຽວໄດ້ຖືກແບ່ງອອກເປັນສ່ວນຍ່ອຍໆເພື່ອໃຫ້ແນ່ໃຈວ່າຫ້ອງຫຼາຍໆຫ້ອງຕັ້ງຢູ່ມຸມທີ່ສາມາດເຫັນວິວທາງທິດຕາເວັນອອກ ແລະ ຕາເວັນຕົກໄດ້. ຜົນກໍຄືຫ້ອງທີ່ຫັນໄປຫລາຍໆມຸມນັ້ນຄ່ອຍໆ ຫລຸດຂະໜາດນ້ອຍລົງເມື່ອປະກອບເລື່ອນຂຶ້ນໄປຊັ້ນທີ່ສູງກວ່າ ແລ້ວຖືກອ້ອມຮອບດ້ວຍລະບຽງທີ່ມີເສັ້ນໂຄ້ງຂະຫຍາຍອອກໄປເລື້ອຍໆ.

ພື້ນທີ່ການຄ້າຂອງຊັ້ນລຸ່ມມີອິດທິພົນຢ່າງຫຼວງຫຼາຍຕໍ່ການຈັດວາງທາງເຂົ້າ ແລະ ການຈັດວາງບລັອກທີ່ຢູ່ອາໄສ. ຫ້ອງໂຖງທາງເຂົ້າຕົ້ນຕໍທາງທິດໃຕ້ແມ່ນມີຄວາມສຳຄັນເປັນພິເສດໂດຍສະເພາະກັບໂຄງສ້າງສູງ 2 ຊັ້ນທີ່ ເຊິ່ງສາມາດເບິ່ງເຫັນ Plaza ໄດ້ໂດຍກົງ. ທາງເຂົ້ານີ້ຮອງຮັບທັງຜູ້ຢູ່ອາໄສ ແລະ ພະນັກງານຫ້ອງການທີ່ຜ່ານພື້ນທີ່ສ່ວນກາງເມື່ອພວກເຂົາຂຶ້ນໄປຊັ້ນທໍາອິດ. ຫ້ອງໂຖງສ່ວນກາງທີ່ໃຊ້ຮ່ວມກັນມີຫ້ອງໂຖງໃຫຍ່ຢູ່ທາງທິດເໜືອ ແລະ ແກນກະຈາຍສາມອັນທີ່ຮອງຮັບອາພັດເມັ້ນ. ໂດຍການປະສົມປະສານລະບຽງຊັ້ນດາດຟ້າທີ່ຊັ້ນລຸ່ມທັ້ງສອງເຂົ້ານຳກັນ ເລີຍເຮັດໃຫ້ການສ້າງສວນຫລັງຄາທີ່ກວ້າງຂວາງຂຶ້ນຈຶ່ງສະຫນອງພື້ນທີ່ກາງແຈ້ງສໍາລັບທັງຜູ້ຢູ່ອາໄສ ແລະ ພະນັກງານຫ້ອງການໄດ້ເພີດເພີນກັບບັນຍາກາດ.

ໃນຊັ້ນ 8 ແລະ 9, ການອອກແບບທີ່ປະກອບມີລະບຽງໃຫຍ່ແບບປິດ, ເຮັດໃຫ້ໂຄງສ້າງແນວຕັ້ງບໍ່ແຂງແຮງ. ນອກເໜືອໄປຈາກສ່ວນທີ່ໃຊ້ຮ່ວມກັນເຊິ່ງອອກແບບກຳນົດໄວ້ເພື່ອໃຊ້ໃນຄອນໂດມິນ້ຽມແລ້ວ ລະບຽງໃຫຍ່ ເຫຼົ່ານີ້ແມ່ນມີໄວ້ສໍາລັບການນໍາໃຊ້ສ່ວນຕົວ ແລະ ຖືກສະຫງວນໄວ້ສະເພາະສໍາລັບອາພາດເມັນຂະຫນາດໃຫຍ່ຢູ່ຊັ້ນລຸ່ມ. ການຂະຫຍາຍຕົວຢ່າງຕໍ່ເນື່ອງຂອງປະລິມານຂອງອາຄານໃນຂະນະທີ່ມັນລຽງຂຶ້ນສູງຍັງຊ່ວຍໃຫ້ແຕ່ລະຊັ້ນມີຮູບແບບທີ່ແຕກຕ່າງກັນນີ້ເຮັດໃຫ້ສາມາດມີອາພາເມັ້ນທີ່ຫລາກຫລາຍຂະຫນາດ ແລະ ຫລາຍປະເພດ. ໂດຍຍູນິດຂະໃຫຍ່ກວ່າແມ່ນຕັ້ງຢູ່ຊັ້ນທີ່ສູງຂຶ້ນໄປ. ການລວມເອົາຕົ້ນໄມ້ ແລະ ການຈັດສວນພູມິທັດເປັນສ່ວນສຳຄັນຂອງການອອກແບບອາຄານ ໂດຍປະສານເຊື່ອມໂຍງເຂົ້າກັບຊ່ອງເປີດຕາມ ຕາມເປືອກຂອບຂອງອາຄານ. ການມີຕົ້ນໄມ້ສີຂຽວເພີ່ມການສໍາພັດກັບອາລົມສູນທະລີໄປກັບບັນຍາກາດຮົ່ມເຢັນອ້ອມຂ້າງ.

ໄລຍະເລີ່ມຕົ້ນຂອງຂະບວນການອອກແບບໄດ້ເນັ້ນໜັກໃສ່ຄວາມສຳຄັນດ້ານສິ່ງແວດລ້ອມ. ​ໂດຍ​ນຳໃຊ້​ປະໂຫຍດຈາກຊັບພະຍາກອນ​ທຳ​ມະ​ຊາດ​ທີ່​ມີ​ຢູ່​ອ້ອມ​ຂ້າງ​ໃຫ້​ຄຸ້ມ ແລະ ຮູ້ຄຸນຄ່າທີ່ສຸດ​. ຍຸດທະສາດທີ່ສະເຫນີມີຈຸດປະສົງເພື່ອເພີ່ມການເຊື່ອມຕໍ່ລະຫວ່າງພາຍໃນ ແລະ ພາຍນອກ ໃນຂະນະທີ່ສະຫນອງຄວາມສະດວກສະບາຍສູງສຸດສໍາລັບຜູ້ມາຢ້ຽມຍາມທັງຫມົດ. ໂຄງການດັ່ງກ່າວມີຈຸດປະສົງເພື່ອຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຫຼຸດຜ່ອນການເພິ່ງພາອາໄສລະບົບພະລັງງານແບບ Active ປ່ຽນແທນເປັນໃຊ້ລະບົບ Passive. ນອກຈາກນີ້ ມາດ​ຕະ​ການ​ເຫຼົ່າ​ນີ້​ລວມ​ເຖິງ​ການ​ເພີ່ມ​ການໄຫລວຽນຂອງ​ລົມ​, ເພີ່ມແສງສະຫວ່າງທໍາມະຊາດ, ການ​ເກັບ​ກໍາ​ນ​້ຳ​ຝົນ ​ ແລະ ການຜະລິດພະລັງງານທົດແທນຢູ່ໃນສະຖານທີ່ດຽວ. ໃນຊ່ວງ​ລະ​ດູ​ຮ້ອນ ພື້ນຜິວທີ່ສ່ອງໂປ່ງໃສໄດ້ຮັບການຄັດກອງຢ່າງເຫມາະສົມເພື່ອຫຼຸດຜ່ອນແສງແດດໄດ້ໂດຍກົງ ແລະ ຫຼຸດຜ່ອນຄວາມຈຳເປັນໃນການໃຊ້ລະບົບເຮັດຄວາມເຢັນແບບ Active. ໂດຍອາໄສການລະບາຍອາກາດໃນຫ້ອງທໍາມະຊາດແທນ. ນອກຈາກນີ້ເປືອກອາຄານທີ່ມີປະສິດຕິພາບສູງຍັງຖືກອອກແບບເພື່ອຫຼຸດຜ່ອນການສູນເສຍຄວາມຮ້ອນ ແລະ ເພີ່ມປະສິດທິພາບອາຄານສູງສຸດ. ພະລັງງານສ່ວນຫນຶ່ງທີ່ຍັງຕ້ອງໃຊ້ການດຳເນີນງານລະບົບແບບ Active ຈະຜະລິດພະລັງງານໂດຍການຕິດຕັ້ງລະບົບແຜງໂຊລ້າເຊວ Photovoltaic System ເທິງຫລັງຄາ.
ອ້າງອີງ
https://www.archdaily.com/1003461/mario-cucinella-architects-new-piazza-dei-navigatori-in-rome-is-inspired-by-surrounding-maritime-pine-trees

Address

Vientiane

Website

Alerts

Be the first to know and let us send you an email when Pink Space Architects posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share